ແອັບການບໍລິການຊ່ວຍເຫຼືອ Google (GSS) ເຮັດໃຫ້ທ່ານສາມາດສະແດງໜ້າຈໍອຸປະກອນ Android ຂອງທ່ານໃຫ້ຕົວແທນຝ່າຍຊ່ວຍເຫຼືອລູກຄ້າຂອງ Google ເຫັນເພື່ອມີປະສົບການຂໍຄວາມຊ່ວຍເຫຼືອທີ່ເປັນແບບສ່ວນຕົວ. ເມື່ອມີ GSS ຢູ່ໃນອຸປະກອນຂອງທ່ານ, ຕົວແທນຈະສາມາດເຊີນທ່ານໃຫ້ສະແດງໜ້າຈໍຂອງທ່ານ ແລະ ແນະນຳທ່ານດ້ວຍຄຳອະທິບາຍໃນໜ້າຈໍ ເຊິ່ງເຮັດໃຫ້ມັນໄວກວ່າ ແລະ ງ່າຍກວ່າໃນການແກ້ໄຂບັນຫາໃຫ້ກັບທ່ານ. ໃນຂະນະທີ່ສະແດງໜ້າຈໍຂອງທ່ານ, ຕົວແທນຈະບໍ່ສາມາດຄວບຄຸມອຸປະກອນຂອງທ່ານໄດ້, ແຕ່ຈະສາມາດເບິ່ງເຫັນໜ້າຈໍຂອງທ່ານເພື່ອຊ່ວຍອະທິບາຍຄຳແນະນຳຂອງເຂົາເຈົ້າ. ທ່ານສາມາດຢຸດການສະແດງໜ້າຈໍຂອງທ່ານໄດ້ທຸກເວລາ.
ແອັບນີ້ມາແບບຕິດຕັ້ງໄວ້ແລ້ວໃນອຸປະກອນ Pixel ແລະ ອຸປະກອນ Nexus ທີ່ໃຊ້ Android 7.1.1 ຂຶ້ນໄປ; ສາມາດຕິດຕັ້ງມັນໄດ້ໃນອຸປະກອນສ່ວນໃຫຍ່ທີ່ໃຊ້ Android 5.0 ຂຶ້ນໄປ. ແອັບນີ້ບໍ່ສາມາດເລີ່ມໄດ້ດ້ວຍຕົວມັນເອງ ແລະ ສາມາດໃຊ້ໄດ້ຕໍ່ເມື່ອຕົວແທນຝ່າຍຊ່ວຍເຫຼືອລູກຄ້າຂອງ Google ສົ່ງຄຳເຊີນໃຫ້ຜູ້ໃຊ້ສະແດງໜ້າຈໍຂອງເຂົາເຈົ້າເທົ່ານັ້ນ.
ອັບເດດແລ້ວເມື່ອ
31 ຕ.ລ. 2022